Loading...

AGRAS T40

40L
30LNew
NewDJI Drone

AGRAS T40

ອັດຕາການສີດພົ່ນ 133 ໄຣ່/ຊົ່ວໂມງ.

ຖັງນ້ຳຢາຂະໜາດບັນຈຸ 40 L.

ລະບົບເຣດາກັນຕຳຮອບທິດທາງ.

ກ້ອງຄວາມລະອຽດສູງ ສ້າງແຜນທີ່ພືດສວນ 3 ມິຕິ.

40L
30L
ອຸປະກອນເສີມ (ຊື້ເພີ່ມ)

Social media:

ຄຸນສົມບັດ

ໂດຣນກະເສດເຮືອທົງລຸ້ນໃໝ່ຂອງ DJI ໄດ້ເປີດໂຕແລ້ວ ເຊິ່ງແມ່ນ Agras T40 ໂດຣນກະເສດລຸ້ນໃໝ່ຫຼ້າສຸດທີ່ມີພ້ອມປະສິດທິພາບທີ່ຊົງພະລັງ ບໍ່ວ່າຈະເປັນການອອກແບບທີ່ເຮັດໃຫ້ສາມາດບັນທຸກນ້ຳໜັກໄດ້ 40 Kg ສຳລັບສີດພົ່ນ ແລະ 50 Kg ສຳລັບການຫວ່ານເມັດ ອີກທັງພາຍໃນໂຕໂດຣນຍັງມີຫົວພົ່ນລະອອງແບບຄູ່, DJI Terra, ເຣດາປ້ອງກັນການຕຳຮອບທິດທາງ ຈຶ່ງຮອງຮັບການໃຊ້ງານໄດ້ຫຼາຍດ້ານ ຕັ້ງແຕ່ການສຳຫຼວດ, ການເຮັດແຜນທີ່ ໄປຈົນເຖິງການພົ່ນ ແລະ ການຫວ່ານ ເຮັດໃຫ້ການເຮັດກະສິກຳມີຄວາມແມ້ນຢຳເພີ່ມຂຶ້ນ ແລະ ໄດ້ປະສິດທິພາບສູງສຸດ.

Image

50kg spreading payload, 40kg spraying payload

Active Phased Array Radar + Binocular Vision

Dual Atomized Spraying System

Supports flight spraying/spreading and RC mapping

Core Modules IPX6K

EFI Generator15% fuel saving


ບັນທຸກນ້ຳໜັກໄດ້ຫຼາຍຂຶ້ນ ຫວ່ານ 50 Kg ສີດ 40 Kg

DJI AGRAS T40 ມາພ້ອມກັບການອອກແບບທີ່ປະຕິວັດວົງການໂດຣນ ດ້ວຍດີຊາຍການອອກແບບ Coaxial Twin ສາມາດບັນທຸກນ້ຳໜັກສຳລັບການສີດພົ່ນໄດ້ສູງສຸດ 40 Kg ແລະ ສຳລັບການຫວ່ານໄດ້ເຖິງ 50 Kg.

Image

ສີດພົ່ນໄດ້ໄວທັນໃຈ 133 ໄຣ່/ຊົ່ວໂມງ

DJI AGRAS T40 ມາພ້ອມກັບປະສິດທິພາບການສີດພົ່ນຂັ້ນສູງ ໂດຍລັດສະໝີການສີດພົ່ນສາມາດກວ້າງໄດ້ເຖິງ 11 ແມັດ, ສາມາດສີດພົ່ນໄດ້ 133 ໄຣ່/ຊມ, ຫວ່ານ 1.5 ໂຕນ/ຊົ່ວໂມງ ແລະ ສຳລັບສວນໝາກໄມ້ສາມາດສີດພົ່ນໄດ້ 25 ໄຣ່/ຊມ ເຊິ່ງຖ້າທຽບໃສ່ແຮງງານຄົນແລ້ວຖືວ່າໄວກວ່າຫຼາຍ ແລະ ຍັງເພີ່ມໂອກາດການເພີ່ມຈຳນວນຜົນຜະລິດອີກ.

Image

ຫົວພົ່ນລະອອງແບບຄູ່ ອັດຕາການກະຈາຍທີ່ຫຼາຍກວ່າ 12ລິດ/ນາທີ

DJI AGRAS T40 ສາມາດຈ່າຍນ້ຳຢາໄດ້ຫຼາຍກວ່າ 12 ລິດ/ນາທີ ດ້ວຍຫົວລະອອງແບບຄູ່ເພື່ອການສີດພົ່ນທີ່ສະໝ່ຳສະເໝີ ພ້ອມການອອກແບບລະບົບສົ່ງກຳລັງແບບແມ່ເຫຼັກ ແລະ ປ້ອງກັນການກັດກ່ອນຂອງສານເຄມີ ອີກທັ້ງຍັງມີວາວປ້ອງກັນການຮົ່ວໄຫຼ ນອກຈາກນີ້ຍັງສາມາດບອກປະລິມານນ້ຳຢາແບບ Real-time ເພື່ອໃຫ້ຊາວກະສິກອນຮູ້ວ່າເມື່ອໃດຈຸດໃດຄວນເຕີມນ້ຳ.


DJI Agras T40

Increased payload, high efficiency, strong penetration, safe and reliable, smart and convenient. Meet the brand new DJI Agras T40.


ລາຍລະອຽດເພີ່ມເຕີມຂອງ AGRAS T40

ຄວາມສາມາດທີ່ຫຼາກຫຼາຍ ແລະ ເຕັກໂນໂລຊີໃໝ່

DJI AGRAS T40 ມາພ້ອມກ້ອງ FPV Ultra-HD ທີ່ດ້ານໜ້າຂອງໂດຣນທີ່ສາມາດບັນທຶກພາບໄດ້ຄົມຊັດເຖິງ 12 MP ແລະ ຍັງສາມາດປັບອົງສາກ້ອງ ຂຶ້ນ-ລົງໄດ້ ເພື່ອສາມາດກວດສອບເບິ່ງພື້ນທີ່ສວນແບບ Real-time. ນອກຈາກນີ້ຍັງສາມາດເຮັດວຽກຮ່ວມກັບ D-RTK ເສົາບອກພິກັດ ເພື່ອການວາງແຜນການສີດພົ່ນແບບແມ້ນຢຳໃນລະດັບຊັງຕີແມັດ.

ບິນໄດ້ຢ່າງໝັ້ນໃຈເພາະມີເຣດາແບບ Active Phased Array Radar ຊ່ວຍກວດຈັບສິ່ງກີດຂວາງຮອບທິດທາງ ໂດຍສາມາດກວດຈັບໄດ້ຈາກໄລຍະໄກເຖິງ 50m. ນອກຈາກນີ້ຍັງມີລະບົບຕິດຕາມພູມີປະເທດແບບ 3 ມິຕິ ຊ່ວຍໃຫ້ເຮັດວຽກໄດ້ສະດວກສະບາຍເຖິງວ່າຈະບິນໃນພື້ນທີ່ທີ່ຊັບຊ້ອນ.

ຣີໂໝດຂະໜາດໃຫຍ່ 7 ນິ້ວ ຈໍມີຄວາມສະຫວ່າງສູງ ຮອງຮັບການເຮັດວຽກກາງແຈ້ງ ມາພ້ອມໜ່ວຍປະມວນຜົນ Octa-core ເພື່ອການເຮັດວຽກທີ່ວ່ອງໄວ ສາມາດວາງແຜນເສັ້ນທາງການບິນກ່ອນສີດພົ່ນໜ້າງານໄດ້ ເພື່ອໃຫ້ໄດ້ທາງທີ່ແມ້ນຢຳໂດຍບໍ່ເສຍເວລາ ສາມາດເຮັດແຜນທີ່ພື້ນທີ່ສວນໄດ້ 41 ໄຣ່ໄດ້ພາຍໃນເວລາ 10 ນາທີ.

DJI AGRAS T40 ມາພ້ອມແບັດເຕີຣີລຸ້ນໃໝ່ ທີ່ມີຄວາມຈຸ 30,000 mAh ຮອງຮັບການສາກຫຼາຍເຖິງ 1,500 ຮອບ ແລະ ຍັງຮອງຮັບການສາກໄວພາຍໃນ 9 ນາທີ.
Image
Image
Image
Image